ຈົບແລ້ວ
ຈົບແລ້ວສຳລັບການເສັງກາງປີ ແລະ ກໍພໍໃຈກັບມັນ
ເມື່ອທຽບກັບເວລາແລະຄວາມທຸ້ມເທໃຫ້ມັນ.
ຈົບແລ້ວສຳລັບຄວາມເມື່ອລ້າ ທີ່ບາງຄັ້ງຈົນເກືອບບໍ່ໄດ້ນອນ
໑000 ຄັ້ງທີ່ນັ່ງຟັງສຽງໝາມັນຫອນ.
ຈົບແລ້ວກັບຄວາມຮັກທີ່ບໍ່ມີຄວາມເຂົ້າໃຈ
ເວລາ ໑ ເດືອນ ບໍ່ໄດ້ມີຄວາມໝາຍຫຍັງເລືຍ
ທຸກວັນ ທັກທາຍກັນ ແລະ ກໍເຮັດໜ້າຕາເສີຍ,
ຄວາມທຸ້ມເທ ຄວາມຫ່ວງໃຍ ມີໃຫ້ສະເໝື
ຊ່ວຍເຫຼືອ ຊ່ວຍຊູ ປະຄອງບໍ່ໃຫ້ລົ້ມ
ມັນກາຍເປັນພຽງລົມ ທີ່ລາວບໍ່ເຫຼວແລ.
ຈົບແລ້ວກັບສຶ່ງທີ່ຄ້າຍໆກັບຄວາມຮັກ
ທີ່ໄດ້ໃຫ້ໄປ ໂດຍບໍ່ທວາງຄືນ,
ທຸກສຶ່ງທຸກຢ່າງ ໃຫ້ເຈົ້າ ໂດບທີ່ໃຈບໍ່ຝຶນ,
ມາຮອດມື້ນີ້ ຂ້ອຍບໍ່ຂໍເອົາກັບຄືນ
ແຕ່ຂໍອວຍພອນໃຫ້ ໂຊກດີ.
ຈົບແລ້ວ ສຳລັບຄວາມກຸ້ມໃຈ ທີ່ມັນອຸກອັ້ງໃນອົກ
ຫຼາຍເດືອນທີ່ມັນທີ່ມັນໄດ້ຮັບຄວາມສະເທືອນ ຕະຫຼອດເວລາ
ວັນນີ້ມັນຈົບແລ້ວ ມັນເໝືອນກັນກັບ ຍົກພູເຂົາອອກຈາກໜ້າເອິກ.
ທຸກສື່ງທຸກຢ່າງ ມັນຂຶ້ນກັບເຮົາ ວ່າເຮົາເບື່ງມັນໃນທາງໃດ
ຢ່າປ່ອຍໃຫ້ຄວາມຄິດທາງລົບ ເຮັດໃຫ້ເຮົາຮູ້ສຶກໃນທາງລົບ
ຈົ່ງເຮັດໃຫ້ຄວາມຮູ້ສຶກດີ ນຳພາໄປສູູ່ຄວາມຄິດທີ່ດີ. (ຈາກປື້ມເຫຼ້ມໜຶ່ງ)
ເມື່ອເຮົາພົບກັບປັນຫາ ເຮົາມີສອງທາງໃຫ້ເລືອກ:
ເຮົາຈະປ່ຽນສື່ງທີ່ເເປັນຂ້າງນອກ ປ່ຽນປັນຫາ ປ່ຽນຜູ້ອື່ນ
ຫຼືປ່ຽນຕົວຂອງເຮົາເອງ ປ່ຽນມຸມມອງ ປ່ຽນຄວາມຮູ້ສຶກທີ່ມີໃຫ້ມັນ (ຈາກປື້ມເຫຼ້ມໜຶ່ງ)
ທ່ານຈະເລືອກຢ່າງໃດ…