ອີກວັນຂອງ sen9y

ຕື່ນຈາກຕຽງນອນດ້ວຍຄວາມອ່ອນເພຍ ຄິດເຖິງມື້ນີ້ທີ່ກຳລັງຈະຜ່ານພົ້ນໄປ

ຄວາມຮູ້ສືກທີ່ລຸກອອກຈາກຕຽງ ບໍ່ຕ່າງຫຍັງກັບມີ້ກ່ອນໆ ສອງ-ສາມ ອາທິດທີ່ຜ່ານມາ

ຄວາມຮູ້ສຶກເບື່ອໜ່າຍ ກໍເລີ່ມລອຍຂື້ນມາຢູ່ເທີງໜ້າເອິກ

ແຕ່ກໍຮູ້ວ່າ ມັນກາຍເປັນເພື່ອນເຮົາມາຕັ້ງແຕ່ດົນແລ້ວ

ລຶ້ງເຄີຍ ຈົນຮູ້ຈັກມັນໄດ້ດີກວ່າສິ່ງອື່ນໃດ.

ນັ່ງທວນຄືນບົດຮຽນຢູ່ຫ້ອງສະໝຸດຄົນດຽວ

ຕົກທ່ຽງໃກ້ເພນ ຈົນລືມວ່າເຮົາຕ້ອງກິນອາຫານ

ຄິດວ່າຕົນເອງເປັນຫຸ່ນຍົນ ນັ່ງຮຽນບໍ່ເຊົາ.

ບໍ່ຮູ້ວ່າແມ່ນຫບັງເກີດຂື້ນກັບລາວ (ແຟນ)

ລາວເຖິງຮ້ອງໄຫ້ໂຫຍຫາ ຍິ່ງກວ່ານ້ຳຕົກຕາດ

ໄດ້ແຕ່ນັ່ງຈູງມື ກອດບ່າ ແລະ ບອກໃນໃຈວ່າ ເຈົ້າຍັງມີຂ້ອຍ

ຮູ້ພາຍຫຼັງວ່າມານດາຂອງລາວປ່ວຍ ເດົາວ່າອາດປ່ວຍໜັກ

ອີກອາທິດໜື່ງກໍຈະເສັງປະຈຳເທີມແລ້ວ

ບໍ່ຮູ້ວ່າສະມາທິຂອງລາວຈະເຫຼືອຫຼາຍເທົ່າໃດ

ກໍໄດ້ແຕ່ຊ່ວຍເທົ່າທີ່ຈະຊ່ວຍໄດ້

ບໍ່ວ່າຈະເລື່ອງຮຽນ ຫຼື ເລື່ອງອື່ນໆ

ເພາະວ່າປັນຫາແລະພາລະຂອງເຮົາກໍມີ ບໍ່ແພ້ລາວ

ລາວອາດຈະກັບເກົາຫຼີ ຫຼັງຈາກປິດເທີມ ເພື່ອໄປຢາມມານດາຂອງລາວ.

ຖ້າເປັນແນວນັ້ນກໍຄົງຈະບໍ່ໄດ້ເຫັນລາວອີກສາມທິດ

ບໍ່ຮູ່ວ່າຈະເປັນຊ່ວງເວລາທີ່ອືດອັ້ນໃຈປານໃດ

ຕົກແລງ ກໍໄປເຮັດວຽກຕໍ່ທີ່ຮ້ານອາຫານໄທແຫ່ງໜື່ງ

ເຊິ່ງຕ້ອງຂັບລົດໄປປະມານຊາວນາທີ

ຝົນຕົກຮິມໆ ໃນລະຫວ່າງທີ່ຂັບລົດ

ນ້ຳທີ່ຕິດຢູ່ກະຈົກລົດ ເຮັດໃຫ້ຄິດພໍ້ນ້ຳຕາຂອງລາວ ທີ່ໄຫຼລິນເປັນສາຍ

ເຮັດວຽກແລ້ວ 10 ໂມງ ຝົນກໍຍັງຕົກບໍ່ເຊົາ

ບໍ່ຮູ້ວ່າ ລາວກຳລັງນັ່ງຮ້ອງໄຫ້ ຄືກັບຝົນທີ່ຕົກບໍ່ເຊົາຢູ່ບໍ…

ຂໍໃຫ້ລາວນອນຫຼັບຝັນດີ

ກໍເດິກແລ້ວພໍສົມຄວນ ເຈົ້າຂອງເອງກໍຄວນໄປນອນແລ້ວ

ມື້ອື່ນ ກໍຕ້ອງໄປສູ້ຊົນອີກຕັ້ງໜື່ງ…

ປ.ລ ອາດຈະຂຽນແປກໆໜ້ອຍໜຶ່ງເທື່ອນີ້ ຢ່າງທີ່ຕົນເອງບໍ່ເຄີຍຊຽນມາກ່ອນ ເພາະວ່າຂຽນຕາມຄວາມຮູ້ສືກ ທີ່ມັນຢາກລະບາຍອອກມາ

2 Responses to “ອີກວັນຂອງ sen9y”

  1. au8ust Says:

    ໂອ ແສງ ເອົາໃຈຊ່ວຍເດີ້ ຊີວິດຄົນເຮົາກໍ່ຄືການຕີເຫລັກຫັ້ນລະ ຕ້ອງຜ່ານຮ້ອນ ຜ່ານເຢັນ ກວ່າຈະໄດ້ເປັນເຫລັກທີ່ເຫມາະສົມກັບການໃຊ້ງານໄດ້

    ອະແຮ່ມ! ຂຽນແປກ ໆ ເດີ້ ອ່ານແລ້ວຄ້າຍ ໆ ອ່ານປຶ້ມສະໄຫມກ່ອນ :P


  2. Duong Says:

    ຄິດອອກອັນໃດແມ່ນຂຽນອັນນັ້ນ


Leave a Reply