ຄວາມເຄື່ອນໄຫວ (3)
ຫຼັງຈາກທີ່ປ່ອຍປະບລັອກໄວ້ຢ່າງດົນນານ ຈົນຂີ້ຝຸ່ນຈັບ ຈົນແມງວັນມາໄຂ່ໃສ່ຈົນເກີດເປັນໜອນ ຊ່ວງນີ້ກໍພໍມີເວລາໜ້ອຍໜຶ່ງແລ້ວ ເພາະເປັນຊ່ວງພັກຮຽນ ແລະ ຄິດວ່າຈະສ້ອມແຊມບລັອກໜ້ອຍໜຶ່ງ. ແຕ່ສ່ວນຫຼາຍແລ້ວແມ່ນບໍ່ຄ່ອຍມີເວລາ ຕ້ອງທຸ້ມເທໃຫ້ການຮຽນພໍສົມຄວນ ເພາະວ່າປີນີ້ແມ່ນປະສຸດທ້າຍແລ້ວ ເປັນປີສະສົມຄະແນນເຂົ້າມະຫາໄລ ແລະ ກໍຕ້ອງເຮັດວຽກ ໓-໔ ຄືນ ເພາະມີຄ່າໃຊ້ຈ່າຍຫຼາຍສົມຄວນ ບໍ່ວ່າຈະເປັນຄ່າໃຊ້ຈ່າຍເດີນທາງ ຄ່າກິນຄ່າຢູ່ ຄ່າອຸປະກອນການຮຽນ ແລະ ຈັກໜ້ອຍກໍຕ້ອງໄດ້ມາຈ່າຍຄ່າ ADSL2+ ອີກ (ກຳລັງເຫີ່ ອິອິ) ເວລາຈະພັກຜ່ອນກໍບໍ່ຄ່ອຍມີ (ຫຼືວ່າຕົນເອງບໍລິຫານເວລາບໍ່ເປັນກະບໍ່ວ່າ) ດຽວຖ້າໄດ້ ADSL2+ ກ່ອນແລ້ວຄ່ອຍຈະທະຍອຍຯປັບປຸງໄປເທື່ອລະກ້າວ.
ແສ9y (sen9y) .